ຟັງຊັນທາງການເງິນ ພາກສາມ

COUPDAYBS

ສົ່ງຄືນຈຳນວນມື້ ນັບຕັ້ງແຕ່ມື້ທຳອິດຂອງການຈ່າຍດອກເບ້ຍຂອງຫຼັກຊັບ ຈົນຮອດມື້ຊໍາລະ.

ໄວຍາກອນ

COUPDAYBS(Settlement; Maturity; Frequency [; Basis])

Settlement ແມ່ນມື້ທີ່ຊື້ຫຼັກຊັບ.

Maturity ແມ່ນມື້ທີ່ຫຼັກຊັບຄົບກຳນົດ (ໝົດອາຍຸ).

Frequency ແມ່ນຈຳນວນຄັ້ງທີ່ຈ່າຍດອກເບ້ຍຕໍ່ປີ (1, 2 ຫຼື 4).

Basis (ທາງເລືອກ) ຖືກເລືອກຈາກລາຍການຕົວເລືອກ ແລະ ລະບຸວິທີການຄິດໄລ່ປີ.

ພື້ນຖານ (Basis)

ການຄິດໄລ່

0 ຫຼື ບໍ່ລະບຸ

ວິທີການຂອງສະຫະລັດ (NASD), 12 ເດືອນ ເດືອນລະ 30 ວັນ

1

ຈຳນວນວັນທີ່ແນ່ນອນໃນແຕ່ລະເດືອນ, ຈຳນວນວັນທີ່ແນ່ນອນໃນປີ

2

ຈຳນວນວັນທີ່ແນ່ນອນໃນເດືອນ, ປີມີ 360 ວັນ

3

ຈຳນວນວັນທີ່ແນ່ນອນໃນເດືອນ, ປີມີ 365 ວັນ

4

ວິທີການຂອງເອີຣົບ, 12 ເດືອນ ເດືອນລະ 30 ວັນ


ຕົວຢ່າງ

ຫຼັກຊັບໜຶ່ງຖືກຊື້ໃນວັນທີ 25 ມັງກອນ 2001; ມື້ຄົບກຳນົດແມ່ນ 15 ພະຈິກ 2001. ດອກເບ້ຍຈ່າຍທຸກເຄິ່ງປີ (frequency ແມ່ນ 2). ໂດຍໃຊ້ການຄິດໄລ່ດອກເບ້ຍແບບມື້ຕໍ່ມື້ (basis 3), ນັບເປັນຈັກມື້?

=COUPDAYBS("2001-01-25"; "2001-11-15"; 2; 3) ສົ່ງຄືນ 71.

COUPDAYS

ສົ່ງຄືນຈຳນວນມື້ໃນງວດດອກເບ້ຍປັດຈຸບັນ ເຊິ່ງແມ່ນງວດທີ່ມື້ຊໍາລະຕົກຢູ່ນັ້ນ.

ໄວຍາກອນ

COUPDAYS(Settlement; Maturity; Frequency [; Basis])

Settlement ແມ່ນມື້ທີ່ຊື້ຫຼັກຊັບ.

Maturity ແມ່ນມື້ທີ່ຫຼັກຊັບຄົບກຳນົດ (ໝົດອາຍຸ).

Frequency ແມ່ນຈຳນວນຄັ້ງທີ່ຈ່າຍດອກເບ້ຍຕໍ່ປີ (1, 2 ຫຼື 4).

Basis (ທາງເລືອກ) ຖືກເລືອກຈາກລາຍການຕົວເລືອກ ແລະ ລະບຸວິທີການຄິດໄລ່ປີ.

ພື້ນຖານ (Basis)

ການຄິດໄລ່

0 ຫຼື ບໍ່ລະບຸ

ວິທີການຂອງສະຫະລັດ (NASD), 12 ເດືອນ ເດືອນລະ 30 ວັນ

1

ຈຳນວນວັນທີ່ແນ່ນອນໃນແຕ່ລະເດືອນ, ຈຳນວນວັນທີ່ແນ່ນອນໃນປີ

2

ຈຳນວນວັນທີ່ແນ່ນອນໃນເດືອນ, ປີມີ 360 ວັນ

3

ຈຳນວນວັນທີ່ແນ່ນອນໃນເດືອນ, ປີມີ 365 ວັນ

4

ວິທີການຂອງເອີຣົບ, 12 ເດືອນ ເດືອນລະ 30 ວັນ


ຕົວຢ່າງ

ຫຼັກຊັບໜຶ່ງຖືກຊື້ໃນວັນທີ 25 ມັງກອນ 2001; ມື້ຄົບກຳນົດແມ່ນ 15 ພະຈິກ 2001. ດອກເບ້ຍຈ່າຍທຸກເຄິ່ງປີ (frequency ແມ່ນ 2). ໂດຍໃຊ້ການຄິດໄລ່ດອກເບ້ຍແບບມື້ຕໍ່ມື້ (basis 3), ມີຈຳນວນຈັກມື້ໃນງວດດອກເບ້ຍທີ່ມື້ຊໍາລະຕົກຢູ່ນັ້ນ?

=COUPDAYS("2001-01-25"; "2001-11-15"; 2; 3) ສົ່ງຄືນ 182.5.

COUPDAYSNC

ສົ່ງຄືນຈຳນວນມື້ ນັບຕັ້ງແຕ່ມື້ຊໍາລະ ຈົນຮອດມື້ຮັບດອກເບ້ຍຄັ້ງຕໍ່ໄປ.

ໄວຍາກອນ

COUPDAYSNC(Settlement; Maturity; Frequency [; Basis])

Settlement ແມ່ນມື້ທີ່ຊື້ຫຼັກຊັບ.

Maturity ແມ່ນມື້ທີ່ຫຼັກຊັບຄົບກຳນົດ (ໝົດອາຍຸ).

Frequency ແມ່ນຈຳນວນຄັ້ງທີ່ຈ່າຍດອກເບ້ຍຕໍ່ປີ (1, 2 ຫຼື 4).

Basis (ທາງເລືອກ) ຖືກເລືອກຈາກລາຍການຕົວເລືອກ ແລະ ລະບຸວິທີການຄິດໄລ່ປີ.

ພື້ນຖານ (Basis)

ການຄິດໄລ່

0 ຫຼື ບໍ່ລະບຸ

ວິທີການຂອງສະຫະລັດ (NASD), 12 ເດືອນ ເດືອນລະ 30 ວັນ

1

ຈຳນວນວັນທີ່ແນ່ນອນໃນແຕ່ລະເດືອນ, ຈຳນວນວັນທີ່ແນ່ນອນໃນປີ

2

ຈຳນວນວັນທີ່ແນ່ນອນໃນເດືອນ, ປີມີ 360 ວັນ

3

ຈຳນວນວັນທີ່ແນ່ນອນໃນເດືອນ, ປີມີ 365 ວັນ

4

ວິທີການຂອງເອີຣົບ, 12 ເດືອນ ເດືອນລະ 30 ວັນ


ຕົວຢ່າງ

ຫຼັກຊັບໜຶ່ງຖືກຊື້ໃນວັນທີ 25 ມັງກອນ 2001; ມື້ຄົບກຳນົດແມ່ນ 15 ພະຈິກ 2001. ດອກເບ້ຍຈ່າຍທຸກເຄິ່ງປີ (frequency ແມ່ນ 2). ໂດຍໃຊ້ການຄິດໄລ່ດອກເບ້ຍແບບມື້ຕໍ່ມື້ (basis 3), ອີກຈັກມື້ຈຶ່ງຈະຮອດມື້ຈ່າຍດອກເບ້ຍຄັ້ງຕໍ່ໄປ?

=COUPDAYSNC("2001-01-25"; "2001-11-15"; 2; 3) ສົ່ງຄືນ 110.

COUPNCD

ສົ່ງຄືນວັນທີຂອງການຮັບດອກເບ້ຍທຳອິດ ຫຼັງຈາກມື້ຊໍາລະ. ໃຫ້ຈັດຮູບແບບຜົນໄດ້ຮັບເປັນວັນທີ.

ໄວຍາກອນ

COUPNCD(Settlement; Maturity; Frequency [; Basis])

Settlement ແມ່ນມື້ທີ່ຊື້ຫຼັກຊັບ.

Maturity ແມ່ນມື້ທີ່ຫຼັກຊັບຄົບກຳນົດ (ໝົດອາຍຸ).

Frequency ແມ່ນຈຳນວນຄັ້ງທີ່ຈ່າຍດອກເບ້ຍຕໍ່ປີ (1, 2 ຫຼື 4).

Basis (ທາງເລືອກ) ຖືກເລືອກຈາກລາຍການຕົວເລືອກ ແລະ ລະບຸວິທີການຄິດໄລ່ປີ.

ພື້ນຖານ (Basis)

ການຄິດໄລ່

0 ຫຼື ບໍ່ລະບຸ

ວິທີການຂອງສະຫະລັດ (NASD), 12 ເດືອນ ເດືອນລະ 30 ວັນ

1

ຈຳນວນວັນທີ່ແນ່ນອນໃນແຕ່ລະເດືອນ, ຈຳນວນວັນທີ່ແນ່ນອນໃນປີ

2

ຈຳນວນວັນທີ່ແນ່ນອນໃນເດືອນ, ປີມີ 360 ວັນ

3

ຈຳນວນວັນທີ່ແນ່ນອນໃນເດືອນ, ປີມີ 365 ວັນ

4

ວິທີການຂອງເອີຣົບ, 12 ເດືອນ ເດືອນລະ 30 ວັນ


ຕົວຢ່າງ

ຫຼັກຊັບໜຶ່ງຖືກຊື້ໃນວັນທີ 25 ມັງກອນ 2001; ມື້ຄົບກຳນົດແມ່ນ 15 ພະຈິກ 2001. ດອກເບ້ຍຈ່າຍທຸກເຄິ່ງປີ (frequency ແມ່ນ 2). ໂດຍໃຊ້ການຄິດໄລ່ດອກເບ້ຍແບບມື້ຕໍ່ມື້ (basis 3), ມື້ຮັບດອກເບ້ຍຄັ້ງຕໍ່ໄປແມ່ນມື້ໃດ?

=COUPNCD("2001-01-25"; "2001-11-15"; 2; 3) ສົ່ງຄືນ 2001-05-15.

COUPNUM

ສົ່ງຄືນຈຳນວນຄູປອງ (ການຈ່າຍດອກເບ້ຍ) ລະຫວ່າງມື້ຊໍາລະ ແລະ ມື້ຄົບກຳນົດ.

ໄວຍາກອນ

COUPNUM(Settlement; Maturity; Frequency [; Basis])

Settlement ແມ່ນມື້ທີ່ຊື້ຫຼັກຊັບ.

Maturity ແມ່ນມື້ທີ່ຫຼັກຊັບຄົບກຳນົດ (ໝົດອາຍຸ).

Frequency ແມ່ນຈຳນວນຄັ້ງທີ່ຈ່າຍດອກເບ້ຍຕໍ່ປີ (1, 2 ຫຼື 4).

Basis (ທາງເລືອກ) ຖືກເລືອກຈາກລາຍການຕົວເລືອກ ແລະ ລະບຸວິທີການຄິດໄລ່ປີ.

ພື້ນຖານ (Basis)

ການຄິດໄລ່

0 ຫຼື ບໍ່ລະບຸ

ວິທີການຂອງສະຫະລັດ (NASD), 12 ເດືອນ ເດືອນລະ 30 ວັນ

1

ຈຳນວນວັນທີ່ແນ່ນອນໃນແຕ່ລະເດືອນ, ຈຳນວນວັນທີ່ແນ່ນອນໃນປີ

2

ຈຳນວນວັນທີ່ແນ່ນອນໃນເດືອນ, ປີມີ 360 ວັນ

3

ຈຳນວນວັນທີ່ແນ່ນອນໃນເດືອນ, ປີມີ 365 ວັນ

4

ວິທີການຂອງເອີຣົບ, 12 ເດືອນ ເດືອນລະ 30 ວັນ


ຕົວຢ່າງ

ຫຼັກຊັບໜຶ່ງຖືກຊື້ໃນວັນທີ 25 ມັງກອນ 2001; ມື້ຄົບກຳນົດແມ່ນ 15 ພະຈິກ 2001. ດອກເບ້ຍຈ່າຍທຸກເຄິ່ງປີ (frequency ແມ່ນ 2). ໂດຍໃຊ້ການຄິດໄລ່ດອກເບ້ຍແບບມື້ຕໍ່ມື້ (basis 3), ມີມື້ຮັບດອກເບ້ຍທັງໝົດຈັກຄັ້ງ?

=COUPNUM("2001-01-25"; "2001-11-15"; 2; 3) ສົ່ງຄືນ 2.

COUPPCD

ສົ່ງຄືນວັນທີຂອງການຮັບດອກເບ້ຍກ່ອນມື້ຊໍາລະ. ໃຫ້ຈັດຮູບແບບຜົນໄດ້ຮັບເປັນວັນທີ.

ໄວຍາກອນ

COUPPCD(Settlement; Maturity; Frequency [; Basis])

Settlement ແມ່ນມື້ທີ່ຊື້ຫຼັກຊັບ.

Maturity ແມ່ນມື້ທີ່ຫຼັກຊັບຄົບກຳນົດ (ໝົດອາຍຸ).

Frequency ແມ່ນຈຳນວນຄັ້ງທີ່ຈ່າຍດອກເບ້ຍຕໍ່ປີ (1, 2 ຫຼື 4).

Basis (ທາງເລືອກ) ຖືກເລືອກຈາກລາຍການຕົວເລືອກ ແລະ ລະບຸວິທີການຄິດໄລ່ປີ.

ພື້ນຖານ (Basis)

ການຄິດໄລ່

0 ຫຼື ບໍ່ລະບຸ

ວິທີການຂອງສະຫະລັດ (NASD), 12 ເດືອນ ເດືອນລະ 30 ວັນ

1

ຈຳນວນວັນທີ່ແນ່ນອນໃນແຕ່ລະເດືອນ, ຈຳນວນວັນທີ່ແນ່ນອນໃນປີ

2

ຈຳນວນວັນທີ່ແນ່ນອນໃນເດືອນ, ປີມີ 360 ວັນ

3

ຈຳນວນວັນທີ່ແນ່ນອນໃນເດືອນ, ປີມີ 365 ວັນ

4

ວິທີການຂອງເອີຣົບ, 12 ເດືອນ ເດືອນລະ 30 ວັນ


ຕົວຢ່າງ

ຫຼັກຊັບໜຶ່ງຖືກຊື້ໃນວັນທີ 25 ມັງກອນ 2001; ມື້ຄົບກຳນົດແມ່ນ 15 ພະຈິກ 2001. ດອກເບ້ຍຈ່າຍທຸກເຄິ່ງປີ (frequency ແມ່ນ 2). ໂດຍໃຊ້ການຄິດໄລ່ດອກເບ້ຍແບບມື້ຕໍ່ມື້ (basis 3), ວັນທີຮັບດອກເບ້ຍກ່ອນການຊື້ແມ່ນມື້ໃດ?

=COUPPCD("2001-01-25"; "2001-11-15"; 2; 3) ສົ່ງຄືນ 2000-11-15.

FV

ສົ່ງຄືນມູນຄ່າໃນອະນາຄົດຂອງການລົງທຶນ ໂດຍອີງໃສ່ການຈ່າຍທີ່ສະໝໍ່າສະເໝີ ແລະ ອັດຕາດອກເບ້ຍຄົງທີ່.

ໄວຍາກອນ

FV(Rate; NPer; Pmt [ ; [ PV ] [ ; Type ] ])

Rate ແມ່ນອັດຕາດອກເບ້ຍຕໍ່ງວດ.

NPer ແມ່ນຈຳນວນງວດທັງໝົດ (ໄລຍະເວລາການຈ່າຍ).

Pmt ແມ່ນເງິນງວດທີ່ຈ່າຍຢ່າງສະໝໍ່າສະເໝີໃນແຕ່ລະງວດ.

PV (ທາງເລືອກ) ແມ່ນມູນຄ່າປັດຈຸບັນຂອງການລົງທຶນ.

Type (ທາງເລືອກ) ກຳນົດວ່າການຈ່າຍແມ່ນຕົ້ນງວດ ຫຼື ທ້າຍງວດ.

ໃນຟັງຊັນ LibreOffice Calc, ພາລາມິເຕີທີ່ຖືກໝາຍວ່າ "ເລືອກໄດ້" ສາມາດຖືກລະເວັ້ນໄດ້ກໍຕໍ່ເມື່ອບໍ່ມີພາລາມິເຕີອື່ນຕາມຫຼັງເທົ່ານັ້ນ. ຕົວຢ່າງ, ໃນຟັງຊັນທີ່ມີສີ່ພາລາມິເຕີ, ເຊິ່ງສອງພາລາມິເຕີສຸດທ້າຍຖືກໝາຍວ່າ "ເລືອກໄດ້", ທ່ານສາມາດລະເວັ້ນພາລາມິເຕີທີ 4 ຫຼື ພາລາມິເຕີທີ 3 ແລະ 4 ໄດ້, ແຕ່ທ່ານບໍ່ສາມາດລະເວັ້ນພາລາມິເຕີທີ 3 ພຽງຢ່າງດຽວໄດ້.

ຕົວຢ່າງ

ມູນຄ່າເມື່ອສິ້ນສຸດການລົງທຶນແມ່ນເທົ່າໃດ ຖ້າອັດຕາດອກເບ້ຍແມ່ນ 4% ແລະ ໄລຍະເວລາການຈ່າຍແມ່ນສອງປີ, ໂດຍມີການຈ່າຍງວດລະ 750 ຫົວໜ່ວຍເງິນຕາ. ການລົງທຶນນີ້ມີມູນຄ່າປັດຈຸບັນແມ່ນ 2,500 ຫົວໜ່ວຍເງິນຕາ.

=FV(4%;2;750;2500) = -4234.00 ຫົວໜ່ວຍເງິນຕາ. ມູນຄ່າເມື່ອສິ້ນສຸດການລົງທຶນແມ່ນ 4234.00 ຫົວໜ່ວຍເງິນຕາ.

FVSCHEDULE

ຄິດໄລ່ມູນຄ່າສະສົມຂອງເງິນທຶນເລີ່ມຕົ້ນ ສຳລັບຊຸດຂອງອັດຕາດອກເບ້ຍທີ່ປ່ຽນແປງເປັນງວດ.

ໄວຍາກອນ

FVSCHEDULE(Principal; Schedule)

Principal ແມ່ນເງິນທຶນເລີ່ມຕົ້ນ.

Schedule ແມ່ນຊຸດຂອງອັດຕາດອກເບ້ຍ, ຕົວຢ່າງ: ເປັນຊ່ວງຂໍ້ມູນ H3:H5 ຫຼື ເປັນລາຍການ (ເບິ່ງຕົວຢ່າງ).

ໄອຄອນ ບັນທຶກ

ຟັງຊັນນີ້ຈະລະເວັ້ນຂໍ້ຄວາມ ຫຼື ເຊວວ່າງໃດໆພາຍໃນຊ່ວງຂໍ້ມູນ. ຫາກທ່ານສົງໄສວ່າຜົນຮັບຈາກຟັງຊັນນີ້ບໍ່ຖືກຕ້ອງ, ໃຫ້ກວດເບິ່ງຂໍ້ຄວາມໃນຊ່ວງຂໍ້ມູນ. ເພື່ອເນັ້ນເນື້ອໃນຂໍ້ຄວາມໃນຊ່ວງຂໍ້ມູນ, ໃຫ້ໃຊ້ຄຸນສົມບັດ ການເນັ້ນຄ່າ.


ຕົວຢ່າງ

ເງິນ 1000 ຫົວໜ່ວຍເງິນຕາຖືກລົງທຶນເປັນເວລາສາມປີ. ອັດຕາດອກເບ້ຍແມ່ນ 3%, 4% ແລະ 5% ຕໍ່ປີ. ມູນຄ່າຫຼັງຈາກສາມປີແມ່ນເທົ່າໃດ?

=FVSCHEDULE(1000;{0.03;0.04;0.05}) ສົ່ງຄືນ 1124.76.

INTRATE

ຄິດໄລ່ອັດຕາດອກເບ້ຍລາຍປີ ທີ່ເກີດຈາກການຊື້ຫຼັກຊັບ (ຫຼື ສິນຄ້າອື່ນ) ໃນມູນຄ່າການລົງທຶນ ແລະ ຂາຍອອກໃນມູນຄ່າໄຖ່ຖອນ. ໂດຍທີ່ບໍ່ມີການຈ່າຍດອກເບ້ຍລະຫວ່າງນັ້ນ.

ໄວຍາກອນ

INTRATE(Settlement; Maturity; Investment; Redemption [; Basis])

Settlement ແມ່ນມື້ທີ່ຊື້ຫຼັກຊັບ.

Maturity ແມ່ນມື້ທີ່ຂາຍຫຼັກຊັບ.

Investment ແມ່ນລາຄາທີ່ຊື້.

Redemption ແມ່ນລາຄາທີ່ຂາຍ.

Basis (ທາງເລືອກ) ຖືກເລືອກຈາກລາຍການຕົວເລືອກ ແລະ ລະບຸວິທີການຄິດໄລ່ປີ.

ພື້ນຖານ (Basis)

ການຄິດໄລ່

0 ຫຼື ບໍ່ລະບຸ

ວິທີການຂອງສະຫະລັດ (NASD), 12 ເດືອນ ເດືອນລະ 30 ວັນ

1

ຈຳນວນວັນທີ່ແນ່ນອນໃນແຕ່ລະເດືອນ, ຈຳນວນວັນທີ່ແນ່ນອນໃນປີ

2

ຈຳນວນວັນທີ່ແນ່ນອນໃນເດືອນ, ປີມີ 360 ວັນ

3

ຈຳນວນວັນທີ່ແນ່ນອນໃນເດືອນ, ປີມີ 365 ວັນ

4

ວິທີການຂອງເອີຣົບ, 12 ເດືອນ ເດືອນລະ 30 ວັນ


ຕົວຢ່າງ

ຮູບແຕ້ມໜຶ່ງຖືກຊື້ມາໃນວັນທີ 15 ມັງກອນ 1990 ໃນລາຄາ 1 ລ້ານ ແລະ ຂາຍອອກໃນວັນທີ 5 ພຶດສະພາ 2002 ໃນລາຄາ 2 ລ້ານ. ໃຊ້ຖານການຄິດໄລ່ແບບມື້ຕໍ່ມື້ (basis = 3). ອັດຕາດອກເບ້ຍສະເລ່ຍລາຍປີແມ່ນເທົ່າໃດ?

=INTRATE("1990-01-15"; "2002-05-05"; 1000000; 2000000; 3) ສົ່ງຄືນ 8.12%.

IPMT

ຄິດໄລ່ດອກເບ້ຍທີ່ຕ້ອງຈ່າຍໃນແຕ່ລະງວດ ສຳລັບການລົງທຶນທີ່ມີການຈ່າຍສະໝໍ່າສະເໝີ ແລະ ອັດຕາດອກເບ້ຍຄົງທີ່.

ໄວຍາກອນ

IPMT(Rate; Period; NPer; PV [; FV [; Type]])

Rate ແມ່ນອັດຕາດອກເບ້ຍຕໍ່ງວດ.

Period ແມ່ນງວດທີ່ຕ້ອງການຄິດໄລ່ດອກເບ້ຍ. ຖ້າ Period=NPER ໝາຍເຖິງການຄິດໄລ່ດອກເບ້ຍຂອງງວດສຸດທ້າຍ.

NPer ແມ່ນຈຳນວນງວດທັງໝົດທີ່ມີການຈ່າຍເງິນງວດ.

PV ແມ່ນມູນຄ່າປັດຈຸບັນຂອງຊຸດການຈ່າຍເງິນ.

FV (ທາງເລືອກ) ແມ່ນມູນຄ່າທີ່ຕ້ອງການ (ມູນຄ່າໃນອະນາຄົດ) ເມື່ອສິ້ນສຸດງວດ.

Type ແມ່ນກຳນົດເວລາການຈ່າຍໃນແຕ່ລະງວດ.

ຕົວຢ່າງ

ດອກເບ້ຍໃນງວດທີຫ້າ (ປີ) ແມ່ນເທົ່າໃດ ຖ້າອັດຕາດອກເບ້ຍຄົງທີ່ແມ່ນ 5% ແລະ ມູນຄ່າປັດຈຸບັນແມ່ນ 15,000 ຫົວໜ່ວຍເງິນຕາ? ໂດຍມີໄລຍະເວລາການຈ່າຍທັງໝົດເຈັດປີ.

=IPMT(5%;5;7;15000) = -352.97 ຫົວໜ່ວຍເງິນຕາ. ດອກເບ້ຍໃນງວດທີຫ້າ (ປີ) ແມ່ນ 352.97 ຫົວໜ່ວຍເງິນຕາ.

NPER

ສົ່ງຄືນຈຳນວນງວດສຳລັບການລົງທຶນ ໂດຍອີງໃສ່ການຈ່າຍທີ່ສະໝໍ່າສະເໝີ ແລະ ອັດຕາດອກເບ້ຍຄົງທີ່.

ໄວຍາກອນ

NPER(Rate; Pmt; PV [ ; [ FV ] [ ; Type ] ])

Rate ແມ່ນອັດຕາດອກເບ້ຍຕໍ່ງວດ.

Pmt ແມ່ນເງິນງວດຄົງທີ່ທີ່ຈ່າຍໃນແຕ່ລະງວດ.

PV ແມ່ນມູນຄ່າປັດຈຸບັນ (ມູນຄ່າເງິນສົດ) ຂອງຊຸດການຈ່າຍເງິນ.

FV (ທາງເລືອກ) ແມ່ນມູນຄ່າໃນອະນາຄົດ ທີ່ຕ້ອງການໃຫ້ບັນລຸເມື່ອສິ້ນສຸດງວດສຸດທ້າຍ.

Type (ທາງເລືອກ) ແມ່ນກຳນົດເວລາການຈ່າຍ, ບໍ່ວ່າຈະແມ່ນຕົ້ນງວດ ຫຼື ທ້າຍງວດ.

ໃນຟັງຊັນ LibreOffice Calc, ພາລາມິເຕີທີ່ຖືກໝາຍວ່າ "ເລືອກໄດ້" ສາມາດຖືກລະເວັ້ນໄດ້ກໍຕໍ່ເມື່ອບໍ່ມີພາລາມິເຕີອື່ນຕາມຫຼັງເທົ່ານັ້ນ. ຕົວຢ່າງ, ໃນຟັງຊັນທີ່ມີສີ່ພາລາມິເຕີ, ເຊິ່ງສອງພາລາມິເຕີສຸດທ້າຍຖືກໝາຍວ່າ "ເລືອກໄດ້", ທ່ານສາມາດລະເວັ້ນພາລາມິເຕີທີ 4 ຫຼື ພາລາມິເຕີທີ 3 ແລະ 4 ໄດ້, ແຕ່ທ່ານບໍ່ສາມາດລະເວັ້ນພາລາມິເຕີທີ 3 ພຽງຢ່າງດຽວໄດ້.

ຕົວຢ່າງ

ມີຈຳນວນງວດການຈ່າຍທັງໝົດຈັກງວດ ຖ້າອັດຕາດອກເບ້ຍແມ່ນ 6%, ມີການຈ່າຍງວດລະ 153.75 ຫົວໜ່ວຍເງິນຕາ ແລະ ມູນຄ່າປັດຈຸບັນແມ່ນ 2,600 ຫົວໜ່ວຍເງິນຕາ.

=NPER(6%;153.75;2600) = -12.02. ດັ່ງນັ້ນໄລຍະເວລາການຈ່າຍແມ່ນ 12.02 ງວດ.

ODDFPRICE

ຄິດໄລ່ລາຄາຕໍ່ 100 ຫົວໜ່ວຍເງິນຕາຂອງມູນຄ່າທີ່ກຳນົດຂອງຫຼັກຊັບ, ຖ້າມື້ຮັບດອກເບ້ຍທຳອິດບໍ່ເປັນປົກກະຕິ.

ໄວຍາກອນ

ODDFPRICE(Settlement; Maturity; Issue; FirstCoupon; Rate; Yield; Redemption; Frequency [; Basis])

Settlement ແມ່ນມື້ທີ່ຊື້ຫຼັກຊັບ.

Maturity ແມ່ນມື້ທີ່ຫຼັກຊັບຄົບກຳນົດ (ໝົດອາຍຸ).

Issue ແມ່ນມື້ອອກຫຼັກຊັບ.

FirstCoupon ແມ່ນມື້ຮັບດອກເບ້ຍທຳອິດຂອງຫຼັກຊັບ.

Rate ແມ່ນອັດຕາດອກເບ້ຍລາຍປີ.

Yield ແມ່ນຜົນຕອບແທນລາຍປີຂອງຫຼັກຊັບ.

Redemption ແມ່ນມູນຄ່າໄຖ່ຖອນຕໍ່ 100 ຫົວໜ່ວຍເງິນຕາຂອງມູນຄ່າທີ່ກຳນົດ.

Frequency ແມ່ນຈຳນວນຄັ້ງທີ່ຈ່າຍດອກເບ້ຍຕໍ່ປີ (1, 2 ຫຼື 4).

Basis (ທາງເລືອກ) ຖືກເລືອກຈາກລາຍການຕົວເລືອກ ແລະ ລະບຸວິທີການຄິດໄລ່ປີ.

ພື້ນຖານ (Basis)

ການຄິດໄລ່

0 ຫຼື ບໍ່ລະບຸ

ວິທີການຂອງສະຫະລັດ (NASD), 12 ເດືອນ ເດືອນລະ 30 ວັນ

1

ຈຳນວນວັນທີ່ແນ່ນອນໃນແຕ່ລະເດືອນ, ຈຳນວນວັນທີ່ແນ່ນອນໃນປີ

2

ຈຳນວນວັນທີ່ແນ່ນອນໃນເດືອນ, ປີມີ 360 ວັນ

3

ຈຳນວນວັນທີ່ແນ່ນອນໃນເດືອນ, ປີມີ 365 ວັນ

4

ວິທີການຂອງເອີຣົບ, 12 ເດືອນ ເດືອນລະ 30 ວັນ


ODDFYIELD

ຄິດໄລ່ຜົນຕອບແທນຂອງຫຼັກຊັບ ຖ້າມື້ຮັບດອກເບ້ຍທຳອິດບໍ່ເປັນປົກກະຕິ.

ໄວຍາກອນ

ODDFYIELD(Settlement; Maturity; Issue; FirstCoupon; Rate; Price; Redemption; Frequency [; Basis])

Settlement ແມ່ນມື້ທີ່ຊື້ຫຼັກຊັບ.

Maturity ແມ່ນມື້ທີ່ຫຼັກຊັບຄົບກຳນົດ (ໝົດອາຍຸ).

Issue ແມ່ນມື້ອອກຫຼັກຊັບ.

FirstCoupon ແມ່ນງວດດອກເບ້ຍທຳອິດຂອງຫຼັກຊັບ.

Rate ແມ່ນອັດຕາດອກເບ້ຍລາຍປີ.

Price ແມ່ນລາຄາຂອງຫຼັກຊັບ.

Redemption ແມ່ນມູນຄ່າໄຖ່ຖອນຕໍ່ 100 ຫົວໜ່ວຍເງິນຕາຂອງມູນຄ່າທີ່ກຳນົດ.

Frequency ແມ່ນຈຳນວນຄັ້ງທີ່ຈ່າຍດອກເບ້ຍຕໍ່ປີ (1, 2 ຫຼື 4).

Basis (ທາງເລືອກ) ຖືກເລືອກຈາກລາຍການຕົວເລືອກ ແລະ ລະບຸວິທີການຄິດໄລ່ປີ.

ພື້ນຖານ (Basis)

ການຄິດໄລ່

0 ຫຼື ບໍ່ລະບຸ

ວິທີການຂອງສະຫະລັດ (NASD), 12 ເດືອນ ເດືອນລະ 30 ວັນ

1

ຈຳນວນວັນທີ່ແນ່ນອນໃນແຕ່ລະເດືອນ, ຈຳນວນວັນທີ່ແນ່ນອນໃນປີ

2

ຈຳນວນວັນທີ່ແນ່ນອນໃນເດືອນ, ປີມີ 360 ວັນ

3

ຈຳນວນວັນທີ່ແນ່ນອນໃນເດືອນ, ປີມີ 365 ວັນ

4

ວິທີການຂອງເອີຣົບ, 12 ເດືອນ ເດືອນລະ 30 ວັນ


ODDLPRICE

ຄິດໄລ່ລາຄາຕໍ່ 100 ຫົວໜ່ວຍເງິນຕາຂອງມູນຄ່າທີ່ກຳນົດຂອງຫຼັກຊັບ, ຖ້າມື້ຮັບດອກເບ້ຍສຸດທ້າຍບໍ່ເປັນປົກກະຕິ.

ໄວຍາກອນ

ODDLPRICE(Settlement; Maturity; LastInterest; Rate; Yield; Redemption; Frequency [; Basis])

Settlement ແມ່ນມື້ທີ່ຊື້ຫຼັກຊັບ.

Maturity ແມ່ນມື້ທີ່ຫຼັກຊັບຄົບກຳນົດ (ໝົດອາຍຸ).

LastInterest ແມ່ນມື້ຮັບດອກເບ້ຍສຸດທ້າຍຂອງຫຼັກຊັບ.

Rate ແມ່ນອັດຕາດອກເບ້ຍລາຍປີ.

Yield ແມ່ນຜົນຕອບແທນລາຍປີຂອງຫຼັກຊັບ.

Redemption ແມ່ນມູນຄ່າໄຖ່ຖອນຕໍ່ 100 ຫົວໜ່ວຍເງິນຕາຂອງມູນຄ່າທີ່ກຳນົດ.

Frequency ແມ່ນຈຳນວນຄັ້ງທີ່ຈ່າຍດອກເບ້ຍຕໍ່ປີ (1, 2 ຫຼື 4).

Basis (ທາງເລືອກ) ຖືກເລືອກຈາກລາຍການຕົວເລືອກ ແລະ ລະບຸວິທີການຄິດໄລ່ປີ.

ພື້ນຖານ (Basis)

ການຄິດໄລ່

0 ຫຼື ບໍ່ລະບຸ

ວິທີການຂອງສະຫະລັດ (NASD), 12 ເດືອນ ເດືອນລະ 30 ວັນ

1

ຈຳນວນວັນທີ່ແນ່ນອນໃນແຕ່ລະເດືອນ, ຈຳນວນວັນທີ່ແນ່ນອນໃນປີ

2

ຈຳນວນວັນທີ່ແນ່ນອນໃນເດືອນ, ປີມີ 360 ວັນ

3

ຈຳນວນວັນທີ່ແນ່ນອນໃນເດືອນ, ປີມີ 365 ວັນ

4

ວິທີການຂອງເອີຣົບ, 12 ເດືອນ ເດືອນລະ 30 ວັນ


ຕົວຢ່າງ

ມື້ຊໍາລະ: 7 ກຸມພາ 1999, ມື້ຄົບກຳນົດ: 15 ມີຖຸນາ 1999, ດອກເບ້ຍສຸດທ້າຍ: 15 ຕຸລາ 1998. ອັດຕາດອກເບ້ຍ: 3.75 ສ່ວນຮ້ອຍ, ຜົນຕອບແທນ: 4.05 ສ່ວນຮ້ອຍ, ມູນຄ່າໄຖ່ຖອນ: 100 ຫົວໜ່ວຍເງິນຕາ, ຄວາມຖີ່ໃນການຈ່າຍ: ທຸກເຄິ່ງປີ = 2, ຖານ: = 0

ລາຄາຕໍ່ 100 ຫົວໜ່ວຍເງິນຕາຂອງມູນຄ່າຫຼັກຊັບ, ເຊິ່ງມີມື້ຮັບດອກເບ້ຍສຸດທ້າຍບໍ່ເປັນປົກກະຕິ, ແມ່ນຄິດໄລ່ໄດ້ດັ່ງນີ້:

=ODDLPRICE("1999-02-07";"1999-06-15";"1998-10-15"; 0.0375; 0.0405;100;2;0) ສົ່ງຄືນ 99.87829.

ODDLYIELD

ຄິດໄລ່ຜົນຕອບແທນຂອງຫຼັກຊັບ ຖ້າມື້ຮັບດອກເບ້ຍສຸດທ້າຍບໍ່ເປັນປົກກະຕິ.

ໄວຍາກອນ

ODDLYIELD(Settlement; Maturity; LastInterest; Rate; Price; Redemption; Frequency [; Basis])

Settlement ແມ່ນມື້ທີ່ຊື້ຫຼັກຊັບ.

Maturity ແມ່ນມື້ທີ່ຫຼັກຊັບຄົບກຳນົດ (ໝົດອາຍຸ).

LastInterest ແມ່ນມື້ຮັບດອກເບ້ຍສຸດທ້າຍຂອງຫຼັກຊັບ.

Rate ແມ່ນອັດຕາດອກເບ້ຍລາຍປີ.

Price ແມ່ນລາຄາຂອງຫຼັກຊັບ.

Redemption ແມ່ນມູນຄ່າໄຖ່ຖອນຕໍ່ 100 ຫົວໜ່ວຍເງິນຕາຂອງມູນຄ່າທີ່ກຳນົດ.

Frequency ແມ່ນຈຳນວນຄັ້ງທີ່ຈ່າຍດອກເບ້ຍຕໍ່ປີ (1, 2 ຫຼື 4).

Basis (ທາງເລືອກ) ຖືກເລືອກຈາກລາຍການຕົວເລືອກ ແລະ ລະບຸວິທີການຄິດໄລ່ປີ.

ພື້ນຖານ (Basis)

ການຄິດໄລ່

0 ຫຼື ບໍ່ລະບຸ

ວິທີການຂອງສະຫະລັດ (NASD), 12 ເດືອນ ເດືອນລະ 30 ວັນ

1

ຈຳນວນວັນທີ່ແນ່ນອນໃນແຕ່ລະເດືອນ, ຈຳນວນວັນທີ່ແນ່ນອນໃນປີ

2

ຈຳນວນວັນທີ່ແນ່ນອນໃນເດືອນ, ປີມີ 360 ວັນ

3

ຈຳນວນວັນທີ່ແນ່ນອນໃນເດືອນ, ປີມີ 365 ວັນ

4

ວິທີການຂອງເອີຣົບ, 12 ເດືອນ ເດືອນລະ 30 ວັນ


ຕົວຢ່າງ

ມື້ຊໍາລະ: 20 ເມສາ 1999, ມື້ຄົບກຳນົດ: 15 ມີຖຸນາ 1999, ດອກເບ້ຍສຸດທ້າຍ: 15 ຕຸລາ 1998. ອັດຕາດອກເບ້ຍ: 3.75 ສ່ວນຮ້ອຍ, ລາຄາ: 99.875 ຫົວໜ່ວຍເງິນຕາ, ມູນຄ່າໄຖ່ຖອນ: 100 ຫົວໜ່ວຍເງິນຕາ, ຄວາມຖີ່ໃນການຈ່າຍ: ທຸກເຄິ່ງປີ = 2, ຖານ: = 0

ຜົນຕອບແທນຂອງຫຼັກຊັບ, ເຊິ່ງມີມື້ຮັບດອກເບ້ຍສຸດທ້າຍບໍ່ເປັນປົກກະຕິ, ແມ່ນຄິດໄລ່ໄດ້ດັ່ງນີ້:

=ODDLYIELD("1999-04-20";"1999-06-15"; "1998-10-15"; 0.0375; 99.875; 100;2;0) ສົ່ງຄືນ 0.044873 ຫຼື 4.4873%.

RATE

ສົ່ງຄືນອັດຕາດອກເບ້ຍຄົງທີ່ຕໍ່ງວດຂອງເງິນງວດ (Annuity).

ໄວຍາກອນ

RATE(NPer; Pmt; PV [ ; [ FV ] [ ; [ Type ] [ ; Guess ] ] ])

NPer ແມ່ນຈຳນວນງວດທັງໝົດທີ່ມີການຈ່າຍເງິນ (ໄລຍະເວລາການຈ່າຍ).

Pmt ແມ່ນຈຳນວນເງິນທີ່ຈ່າຍຄົງທີ່ (ເງິນງວດ) ໃນແຕ່ລະງວດ.

PV ແມ່ນມູນຄ່າປັດຈຸບັນຂອງຊຸດການຈ່າຍເງິນ.

FV (ທາງເລືອກ) ແມ່ນມູນຄ່າໃນອະນາຄົດ ທີ່ຕ້ອງການໃຫ້ບັນລຸເມື່ອສິ້ນສຸດການຈ່າຍ.

Type (ທາງເລືອກ) ແມ່ນກຳນົດເວລາການຈ່າຍ, ບໍ່ວ່າຈະແມ່ນຕົ້ນງວດ ຫຼື ທ້າຍງວດ.

Guess (ທາງເລືອກ) ແມ່ນການຄາດຄະເນຄ່າຂອງດອກເບ້ຍໂດຍໃຊ້ການຄິດໄລ່ແບບຊໍ້າຄືນ.

ໃນຟັງຊັນ LibreOffice Calc, ພາລາມິເຕີທີ່ຖືກໝາຍວ່າ "ເລືອກໄດ້" ສາມາດຖືກລະເວັ້ນໄດ້ກໍຕໍ່ເມື່ອບໍ່ມີພາລາມິເຕີອື່ນຕາມຫຼັງເທົ່ານັ້ນ. ຕົວຢ່າງ, ໃນຟັງຊັນທີ່ມີສີ່ພາລາມິເຕີ, ເຊິ່ງສອງພາລາມິເຕີສຸດທ້າຍຖືກໝາຍວ່າ "ເລືອກໄດ້", ທ່ານສາມາດລະເວັ້ນພາລາມິເຕີທີ 4 ຫຼື ພາລາມິເຕີທີ 3 ແລະ 4 ໄດ້, ແຕ່ທ່ານບໍ່ສາມາດລະເວັ້ນພາລາມິເຕີທີ 3 ພຽງຢ່າງດຽວໄດ້.

ຕົວຢ່າງ

ອັດຕາດອກເບ້ຍຄົງທີ່ສຳລັບໄລຍະເວລາ 3 ງວດແມ່ນເທົ່າໃດ ຖ້າມີການຈ່າຍ 10 ຫົວໜ່ວຍເງິນຕາຢ່າງສະໝໍ່າສະເໝີ ແລະ ມູນຄ່າປັດຈຸບັນແມ່ນ 900 ຫົວໜ່ວຍເງິນຕາ.

=RATE(3;-10;900) = -75.63% ດັ່ງນັ້ນອັດຕາດອກເບ້ຍແມ່ນ 75.63%.

RRI

ຄິດໄລ່ອັດຕາດອກເບ້ຍທີ່ໄດ້ຈາກກຳໄລ (ຜົນຕອບແທນ) ຂອງການລົງທຶນ.

ໄວຍາກອນ

RRI(P; PV; FV)

P ແມ່ນຈຳນວນງວດທີ່ໃຊ້ໃນການຄິດໄລ່ອັດຕາດອກເບ້ຍ.

PV ແມ່ນມູນຄ່າປັດຈຸບັນ. ມູນຄ່າເງິນສົດແມ່ນເງິນຝາກ ຫຼື ມູນຄ່າປັດຈຸບັນຂອງຊັບສິນ. ຄ່າເງິນຝາກຕ້ອງປ້ອນເປັນຄ່າບວກ; ເງິນຝາກຕ້ອງບໍ່ແມ່ນ 0 ຫຼື ນ້ອຍກວ່າ 0.

FV ແມ່ນມູນຄ່າໃນອະນາຄົດທີ່ຕ້ອງການຈາກເງິນຝາກ.

ຕົວຢ່າງ

ສຳລັບສີ່ງວດ (ປີ) ແລະ ມູນຄ່າປັດຈຸບັນແມ່ນ 7,500 ຫົວໜ່ວຍເງິນຕາ, ຈົ່ງຄິດໄລ່ອັດຕາດອກເບ້ຍຕອບແທນ ຖ້າມູນຄ່າໃນອະນາຄົດແມ່ນ 10,000 ຫົວໜ່ວຍເງິນຕາ.

=RRI(4;7500;10000) = 7.46 %

ອັດຕາດອກເບ້ຍຕ້ອງແມ່ນ 7.46 % ເພື່ອໃຫ້ເງິນ 7,500 ຫົວໜ່ວຍເງິນຕາ ກາຍເປັນ 10,000 ຫົວໜ່ວຍເງິນຕາ.

VDB

ສົ່ງຄືນຄ່າເສື່ອມລາຄາຂອງສິນຊັບສຳລັບໄລຍະເວລາທີ່ກຳນົດ ຫຼື ບາງສ່ວນ ໂດຍໃຊ້ວິທີການຄິດໄລ່ແບບລົດນ້ອຍຖອຍລົງທີ່ປ່ຽນແປງໄດ້.

ໄວຍາກອນ

VDB(Cost; Salvage; Life; Start; End [; Factor [; NoSwitch]])

Cost ແມ່ນມູນຄ່າເລີ່ມຕົ້ນຂອງສິນຊັບ.

Salvage ແມ່ນມູນຄ່າຊາກຂອງສິນຊັບເມື່ອໝົດອາຍຸການເສື່ອມລາຄາ.

Life ແມ່ນໄລຍະເວລາການເສື່ອມລາຄາຂອງສິນຊັບ.

S ແມ່ນຈຸດເລີ່ມຕົ້ນຂອງການເສື່ອມລາຄາ. ຕ້ອງປ້ອນເຂົ້າໃນຫົວໜ່ວຍເວລາອັນດຽວກັບໄລຍະເວລາ.

End ແມ່ນຈຸດສິ້ນສຸດຂອງການເສື່ອມລາຄາ.

Factor (ທາງເລືອກ) ແມ່ນຕົວຄູນຂອງຄ່າເສື່ອມລາຄາ. Factor = 2 ແມ່ນການເສື່ອມລາຄາແບບອັດຕາສອງເທົ່າ.

NoSwitch ແມ່ນພາຣາມິເຕີທາງເລືອກ. NoSwitch = 0 (ຄ່າເລີ່ມຕົ້ນ) ໝາຍເຖິງການປ່ຽນໄປໃຊ້ການເສື່ອມລາຄາແບບເສັ້ນຊື່. NoSwitch = 1 ຈະບໍ່ມີການປ່ຽນ.

ໃນຟັງຊັນ LibreOffice Calc, ພາລາມິເຕີທີ່ຖືກໝາຍວ່າ "ເລືອກໄດ້" ສາມາດຖືກລະເວັ້ນໄດ້ກໍຕໍ່ເມື່ອບໍ່ມີພາລາມິເຕີອື່ນຕາມຫຼັງເທົ່ານັ້ນ. ຕົວຢ່າງ, ໃນຟັງຊັນທີ່ມີສີ່ພາລາມິເຕີ, ເຊິ່ງສອງພາລາມິເຕີສຸດທ້າຍຖືກໝາຍວ່າ "ເລືອກໄດ້", ທ່ານສາມາດລະເວັ້ນພາລາມິເຕີທີ 4 ຫຼື ພາລາມິເຕີທີ 3 ແລະ 4 ໄດ້, ແຕ່ທ່ານບໍ່ສາມາດລະເວັ້ນພາລາມິເຕີທີ 3 ພຽງຢ່າງດຽວໄດ້.

ຕົວຢ່າງ

ຄ່າເສື່ອມລາຄາແບບອັດຕາສອງເທົ່າສຳລັບໄລຍະເວລາໃດໜຶ່ງແມ່ນເທົ່າໃດ ຖ້າມູນຄ່າເລີ່ມຕົ້ນແມ່ນ 35,000 ຫົວໜ່ວຍເງິນຕາ ແລະ ມູນຄ່າຊາກແມ່ນ 7,500 ຫົວໜ່ວຍເງິນຕາ. ໄລຍະເວລາການເສື່ອມລາຄາແມ່ນ 3 ປີ. ໂດຍຄິດໄລ່ຄ່າເສື່ອມລາຄາຕັ້ງແຕ່ງວດທີ 10 ຫາ ງວດທີ 20.

=VDB(35000;7500;36;10;20;2) = 8603.80 ຫົວໜ່ວຍເງິນຕາ. ຄ່າເສື່ອມລາຄາໃນລະຫວ່າງງວດທີ 10 ຫາ ງວດທີ 20 ແມ່ນ 8,603.80 ຫົວໜ່ວຍເງິນຕາ.

XIRR

ຄິດໄລ່ອັດຕາຜົນຕອບແທນພາຍໃນສຳລັບລາຍການການຈ່າຍທີ່ເກີດຂຶ້ນໃນວັນທີທີ່ແຕກຕ່າງກັນ. ການຄິດໄລ່ແມ່ນອີງໃສ່ 365 ມື້ຕໍ່ປີ, ໂດຍບໍ່ຄິດໄລ່ປີອະທິກະມາດ.

ຖ້າການຈ່າຍເກີດຂຶ້ນໃນໄລຍະເວລາທີ່ສະໝໍ່າສະເໝີ, ໃຫ້ໃຊ້ຟັງຊັນ IRR.

ໄວຍາກອນ

XIRR(Values; Dates [; Guess])

Values ແລະ Dates ອ້າງເຖິງຊຸດຂອງການຈ່າຍ ແລະ ຊຸດຂອງວັນທີທີ່ກ່ຽວຂ້ອງ. ວັນທີຄູ່ທຳອິດຈະກຳນົດຈຸດເລີ່ມຕົ້ນຂອງແຜນການຈ່າຍ. ວັນທີອື່ນໆທັງໝົດຕ້ອງມາທີຫຼັງ, ແຕ່ບໍ່ຈຳເປັນຕ້ອງລຽງຕາມລຳດັບ. ຊຸດຂອງມູນຄ່າຕ້ອງມີຢ່າງໜ້ອຍໜຶ່ງຄ່າເປັນລົບ ແລະ ໜຶ່ງຄ່າເປັນບວກ (ລາຍຮັບ ແລະ ເງິນຝາກ).

Guess (ທາງເລືອກ) ແມ່ນການຄາດຄະເນອັດຕາຜົນຕອບແທນພາຍໃນ. ຄ່າເລີ່ມຕົ້ນແມ່ນ 10%.

ໄອຄອນ ບັນທຶກ

ຟັງຊັນນີ້ຈະລະເວັ້ນຂໍ້ຄວາມ ຫຼື ເຊວວ່າງໃດໆພາຍໃນຊ່ວງຂໍ້ມູນ. ຫາກທ່ານສົງໄສວ່າຜົນຮັບຈາກຟັງຊັນນີ້ບໍ່ຖືກຕ້ອງ, ໃຫ້ກວດເບິ່ງຂໍ້ຄວາມໃນຊ່ວງຂໍ້ມູນ. ເພື່ອເນັ້ນເນື້ອໃນຂໍ້ຄວາມໃນຊ່ວງຂໍ້ມູນ, ໃຫ້ໃຊ້ຄຸນສົມບັດ ການເນັ້ນຄ່າ.


ຕົວຢ່າງ

ການຄິດໄລ່ອັດຕາຜົນຕອບແທນພາຍໃນສຳລັບການຈ່າຍຫ້າຄັ້ງຕໍ່ໄປນີ້ (ວັນທີຢູ່ໃນຮູບແບບ ISO 8601):

A

B

C

1

2001-01-01

-10000

ໄດ້ຮັບ

2

2001-02-01

2000

ຝາກ

3

2001-03-15

2500

4

2001-05-12

5000

5

2001-08-10

1000


=XIRR(B1:B5; A1:A5; 0.1) ສົ່ງຄືນ 0.1828 ຫຼື 18.28%.

XNPV

ຄິດໄລ່ມູນຄ່າປັດຈຸບັນສຸດທິ (Net Present Value) ສຳລັບລາຍການການຈ່າຍທີ່ເກີດຂຶ້ນໃນວັນທີທີ່ແຕກຕ່າງກັນ. ການຄິດໄລ່ແມ່ນອີງໃສ່ 365 ມື້ຕໍ່ປີ, ໂດຍບໍ່ຄິດໄລ່ປີອະທິກະມາດ.

ຖ້າການຈ່າຍເກີດຂຶ້ນໃນໄລຍະເວລາທີ່ສະໝໍ່າສະເໝີ, ໃຫ້ໃຊ້ຟັງຊັນ NPV.

ໄວຍາກອນ

XNPV(Rate; Values; Dates)

Rate ແມ່ນອັດຕາສ່ວນຫຼຸດສຳລັບການຈ່າຍ.

Values ແລະ Dates ອ້າງເຖິງຊຸດຂອງການຈ່າຍ ແລະ ຊຸດຂອງວັນທີທີ່ກ່ຽວຂ້ອງ. ວັນທີຄູ່ທຳອິດຈະກຳນົດຈຸດເລີ່ມຕົ້ນຂອງແຜນການຈ່າຍ. ວັນທີອື່ນໆທັງໝົດຕ້ອງມາທີຫຼັງ, ແຕ່ບໍ່ຈຳເປັນຕ້ອງລຽງຕາມລຳດັບ. ຊຸດຂອງມູນຄ່າຕ້ອງມີຢ່າງໜ້ອຍໜຶ່ງຄ່າເປັນລົບ ແລະ ໜຶ່ງຄ່າເປັນບວກ (ລາຍຮັບ ແລະ ເງິນຝາກ)

ຕົວຢ່າງ

ການຄິດໄລ່ມູນຄ່າປັດຈຸບັນສຸດທິສຳລັບການຈ່າຍຫ້າຄັ້ງທີ່ກ່າວມາຂ້າງເທິງ ໂດຍໃຊ້ອັດຕາສ່ວນຫຼຸດ 6%.

=XNPV(0.06;B1:B5;A1:A5) ສົ່ງຄືນ 323.02.

ກັບໄປທີ່ ຟັງຊັນທາງການເງິນ ພາກໜຶ່ງ

ກັບໄປທີ່ ຟັງຊັນທາງການເງິນ ພາກສອງ

ຟັງຊັນຕາມໝວດໝູ່

ກະລຸນາສະໜັບສະໜູນພວກເຮົາ!

ກະລຸນາສະໜັບສະໜູນພວກເຮົາ!