ຟັງຊັນ WeekdayName [VBA]

ຟັງຊັນ WeekdayName ສົ່ງຄືນຊື່ຂອງວັນໃນອາທິດຂອງມື້ທີ່ລະບຸ.

ໄອຄອນ ຄຳເຕືອນ

ຄ່າຄົງທີ່, ຟັງຊັນ ຫຼື ອັອບເຈັກນີ້ຈະຖືກເປີດໃຊ້ດ້ວຍຄຳສັ່ງ Option VBASupport 1 ທີ່ວາງໄວ້ກ່ອນລະຫັດໂປຣແກຣມໃນໂມດູນ.


ໄວຍາກອນ:


        WeekdayName(Weekday as Integer [,Abbreviate as Boolean [,FirstDayofWeek as Integer]])
    

ປະເພດຄ່າທີ່ສົ່ງກັບ:

String

ພາຣາມິເຕີ:

Weekday: ຄ່າແຕ່ 1 ຫາ 7, ວັນຈັນ ຫາ ວັນອາທິດ, ເຊິ່ງຕ້ອງການຄິດໄລ່ຊື່ຂອງວັນ.

Abbreviate: (ເລືອກໄດ້) ຄ່າບູນລີນ (Boolean) ທີ່ບອກວ່າຈະໃຊ້ຊື່ວັນແບບຫຍໍ້ຫຼືບໍ່.

FirstDayofWeek: (ເລືອກໄດ້) ກຳນົດມື້ທຳອິດຂອງອາທິດ.

ມື້ທຳອິດຂອງອາທິດ:

ຄ່າຄົງທີ່ທີ່ມີຊື່

ຄ່າ

ຄຳອະທິບາຍ

vbUseSystemDayOfWeek

0

ໃຊ້ການຕັ້ງຄ່າ API ຂອງລະບົບຮອງຮັບພາສາປະຈຳຊາດ (NLS)

vbSun­day

1

ວັນອາທິດ (ຄ່າເລີ່ມຕົ້ນ)

vbMonday

2

ວັນຈັນ

vbTuesday

3

ວັນອັງຄານ

vbWednesday

4

ວັນພຸດ

vbThursday

5

ວັນພະຫັດ

vbFriday

6

ວັນສຸກ

vbSaturday

7

ວັນເສົາ


ລະຫັດຂໍ້ຜິດພາດ:

ບໍ່ມີ

ຕົວຢ່າງ:


        REM  *****  BASIC  *****
        Option VBASupport 1
        Sub Example_WeekdayName
         Dim tgf as Integer
         tgf = 6
         print tgf &" "& WeekdayName(tgf,False,vbSunday)
        End Sub
    
ກະລຸນາສະໜັບສະໜູນພວກເຮົາ!

ກະລຸນາສະໜັບສະໜູນພວກເຮົາ!