ຟັງຊັນ Abs

ສົ່ງຄືນຄ່າສຳບູນຂອງນິພົດຕົວເລກ.

ໄວຍາກອນ:


Abs (ຕົວເລກ)

ຄ່າທີ່ສົ່ງຄືນ:

Double

ພາລາມິເຕີ:

ຕົວເລກ: ນິພົດຕົວເລກໃດໜຶ່ງທີ່ທ່ານຕ້ອງການໃຫ້ສົ່ງຄືນຄ່າສຳບູນ. ຕົວເລກບວກ, ລວມທັງ 0, ຈະຖືກສົ່ງຄືນໂດຍບໍ່ມີການປ່ຽນແປງ, ໃນຂະນະທີ່ຕົວເລກລົບຈະຖືກປ່ຽນເປັນຕົວເລກບວກ.

ຕົວຢ່າງຕໍ່ໄປນີ້ໃຊ້ຟັງຊັນ Abs ເພື່ອຄິດໄລ່ຜົນຕ່າງລະຫວ່າງສອງຄ່າ. ມັນບໍ່ສຳຄັນວ່າທ່ານຈະປ້ອນຄ່າໃດກ່ອນ.

ລະຫັດຂໍ້ຜິດພາດ:

5 ການເອີ້ນໃຊ້ໂປຣຊີເຈີບໍ່ຖືກຕ້ອງ

ຕົວຢ່າງ:


Sub ExampleDifference
Dim siW1 As Single
Dim siW2 As Single
    siW1 = Int(InputBox("ກະລຸນາປ້ອນຈຳນວນທຳອິດ","Value Input"))
    siW2 = Int(InputBox("ກະລຸນາປ້ອນຈຳນວນທີສອງ","Value Input"))
    Print "ຜົນຕ່າງແມ່ນ "; Abs(siW1 - siW2)
End Sub
ກະລຸນາສະໜັບສະໜູນພວກເຮົາ!

ກະລຸນາສະໜັບສະໜູນພວກເຮົາ!