ຕົວດຳເນີນການ "\"

ເຮັດການຫານແບບເລກຖ້ວນໃນສອງຕົວເລກ ແລະ ສົ່ງຄືນຜົນໄດ້ຮັບ.

ໄວຍາກອນ:


   ຜົນໄດ້ຮັບ = ສຳນວນ1 \ ສຳນວນ2

ພາຣາມິເຕີ:

ຜົນໄດ້ຮັບ: ຄ່າຕົວເລກທີ່ມີຜົນຂອງການຫານແບບເລກຖ້ວນ.

ສຳນວນ1, ສຳນວນ2: ຕົວຕັ້ງຫານ ແລະ ຕົວຫານຂອງການຫານແບບເລກຖ້ວນ.

ກ່ອນການຫານ, ທັງສອງຄ່າຈະຖືກປັດເປັນເລກຖ້ວນ. ສ່ວນທີ່ເປັນທົດສະນິຍົມຂອງຜົນໄດ້ຮັບຈະຖືກຕັດຖິ້ມ.

ຕົວຢ່າງ:


Sub IntegerDivision
    Print 5 \ 4 , 5 / 4   ' 1 , 1.25
    Print 7 \ 4 , 7 / 4   ' 1 , 1.75
End Sub
ກະລຸນາສະໜັບສະໜູນພວກເຮົາ!

ກະລຸນາສະໜັບສະໜູນພວກເຮົາ!