ຟັງຊັນ Year

ສົ່ງຄືນປີຈາກເລກລຳດັບວັນທີທີ່ສ້າງໂດຍຟັງຊັນ DateSerial ຫຼື DateValue.

ໄວຍາກອນ:


Year (Number)

ຄ່າສົ່ງຄືນ:

ຈຳນວນຖ້ວນ (Integer)

ພາຣາມິເຕີ:

Number: ນິພົດຈຳນວນຖ້ວນທີ່ບັນຈຸເລກລຳດັບວັນທີ ເຊິ່ງໃຊ້ເພື່ອຄຳນວນຫາປີ.

ຟັງຊັນນີ້ແມ່ນກົງກັນຂ້າມກັບຟັງຊັນ DateSerial, ແລະ ສົ່ງຄືນປີຂອງເລກລຳດັບວັນທີ. ຕົວຢ່າງ, ນິພົດ:


Print Year(DateSerial(1994, 12, 20))

ສົ່ງຄືນຄ່າ 1994.

ລະຫັດຂໍ້ຜິດພາດ:

5 ການເອີ້ນໃຊ້ໂປຣຊີເຈີບໍ່ຖືກຕ້ອງ

ຕົວຢ່າງ:


Sub ExampleYear
    MsgBox "" & Year(Now) ,64,"ປີປັດຈຸບັນ"
End Sub
ກະລຸນາສະໜັບສະໜູນພວກເຮົາ!

ກະລຸນາສະໜັບສະໜູນພວກເຮົາ!