ການຊ່ວຍເຫຼືອ LibreOffice 26.2
ສຳເນົາໄຟລ໌.
FileCopy Source As String, Destination As String
Source: ນິພົດສະຕຣິງໃດໜຶ່ງທີ່ກຳນົດຊື່ຂອງໄຟລ໌ທີ່ທ່ານຕ້ອງການສຳເນົາ. ນິພົດສາມາດມີຂໍ້ມູນເສັ້ນທາງ ແລະ ໄດຣັຟໄດ້. ຫາກທ່ານຕ້ອງການ, ທ່ານສາມາດປ້ອນເສັ້ນທາງໃນ ຮູບແບບ URL ໄດ້.
Destination: ນິພົດສະຕຣິງໃດໜຶ່ງທີ່ກຳນົດບ່ອນທີ່ທ່ານຕ້ອງການສຳເນົາໄຟລ໌ຕົ້ນທາງໄປຫາ. ນິພົດສາມາດປະກອບມີໄດຣັຟປາຍທາງ, ເສັ້ນທາງ, ແລະ ຊື່ໄຟລ໌, ຫຼື ເສັ້ນທາງໃນຮູບແບບ URL.
ທ່ານສາມາດໃຊ້ຄຳສັ່ງ FileCopy ເພື່ອສຳເນົາໄຟລ໌ທີ່ບໍ່ໄດ້ເປີດຢູ່ເທົ່ານັ້ນ.
Sub ExampleFileCopy
FileCopy "c:\autoexec.bat", "c:\Temp\Autoexec.sav"
End Sub