ນຳເຂົ້າໄດອາລັອກ

ເອີ້ນໃຊ້ໄດອາລັອກ "ເປີດ" ເພື່ອນຳເຂົ້າໄຟລ໌ໄດອາລັອກ BASIC.

ຖ້າໄດອາລັອກທີ່ນຳເຂົ້າມີຊື່ທີ່ກົງກັບທີ່ມີຢູ່ແລ້ວໃນຫ້ອງສະໝຸດ, ທ່ານຈະເຫັນກ່ອງຂໍ້ຄວາມເພື່ອໃຫ້ເລືອກປ່ຽນຊື່ໄດອາລັອກນັ້ນ. ໃນກໍລະນີນີ້ນີ້ ໄດອາລັອກຈະຖືກປ່ຽນຊື່ເປັນຊື່ "ອັດຕະໂນມັດ" ທີ່ຍັງວ່າງຢູ່ ຄືກັນກັບເວລາສ້າງໄດອາລັອກໃໝ່. ຫຼື ທ່ານສາມາດແທນທີ່ໄດອາລັອກທີ່ມີຢູ່ແລ້ວດ້ວຍໄດອາລັອກທີ່ນຳເຂົ້າມາ. ຖ້າທ່ານຄລິກ ຍົກເລີກ ໄດອາລັອກຈະບໍ່ຖືກນຳເຂົ້າ.

ໄດອາລັອກສາມາດບັນຈຸຂໍ້ມູນການແປພາສາໄດ້. ເມື່ອນຳເຂົ້າໄດອາລັອກ, ອາດເກີດຄວາມບໍ່ສອດຄ່ອງກັນຂອງສະຖານະການແປພາສາຂອງໄດອາລັອກໄດ້.

ຖ້າຫ້ອງສະໝຸດມີພາສາເພີ່ມເຕີມຫຼາຍກວ່າໄດອາລັອກທີ່ນຳເຂົ້າ, ຫຼື ຖ້າໄດອາລັອກທີ່ນຳເຂົ້າບໍ່ໄດ້ມີການແປພາສາໄວ້ເລີຍ, ພາສາເພີ່ມເຕີມເຫຼົ່ານັ້ນຈະຖືກແຊກເຂົ້າໄປໃນໄດອາລັອກທີ່ນຳເຂົ້າໂດຍອັດຕະໂນມັດ ໂດຍໃຊ້ຂໍ້ຄວາມຈາກພາສາເລີ່ມຕົ້ນຂອງໄດອາລັອກ.

ຖ້າໄດອາລັອກທີ່ນຳພວກເຮົາມີພາສາເພີ່ມເຕີມຫຼາຍກວ່າໃນຫ້ອງສະໝຸດ, ຫຼື ຖ້າຫ້ອງສະໝຸດບໍ່ໄດ້ມີການແປພາສາໄວ້ເລີຍ, ທ່ານຈະເຫັນກ່ອງຂໍ້ຄວາມທີ່ມີປຸ່ມ ເພີ່ມ, ລະເວັ້ນ, ແລະ ຍົກເລີກ.

ໄອຄອນ ນຳເຂົ້າໄດອາລັອກ

ນຳເຂົ້າໄດອາລັອກ

ກະລຸນາສະໜັບສະໜູນພວກເຮົາ!

ກະລຸນາສະໜັບສະໜູນພວກເຮົາ!